..
Hahaha


ທີ່ຫຼາຍຄົນຮູ້ຈັກ ຄື: ການຂາຍເພືອຢຸດການຂາດທຶນໃນສ່ວນນັ້ນ  ຕາມທັດສະນະຄະຕິສ່ວນໂຕແລ້ວ  Stop loss ຖືວ່າເປັນເລື່ອງສໍາຄັນທີ່ສຸດໃນການ Trade ທຸກໆສິນຄ້າ ຫຼື ທຸກໆຜະລິດຕະພັນ ແລະ ການລົງທຶນອື່ນໆ ເພາະນອກຈາກຈະປ້ອງກັນຄວາມເສຍຫາຍຈາກການຂາດທຶນໄດ້ແລ້ວ ຍັງສາມາດນໍາມາໃຊ້ເປັນປະໂຫຍດໃນການບໍລິຫານການລົງທຶນເພີ່ມຕື່ມອີກ







ການລົງທຶນ ເປັນ Game Of Probability  ຖ້າມີ System ທີ່ດີ ກໍ່ຈະມີ  Probability  ສູງ ທີ່ຈະໄດ້ກໍາໄລ ແຕ່ຕ້ອງມີລະບຽບ ມີວິໃນ ເຮັດຕາມ System ທີ່ເຮົາສ້າງຂຶ້ນ ແລະ ກວດສອບຢ່າງດີແລ້ວ ຢ່າ Trade ໂດຍບໍ່ມີ System ເດັດຂາດ
ເປັນວິໄນຂໍ້ໜຶ່ງຂອງ Trader ຫຼາຍຄົນ
"ຢ່າຊື້ສະເລ່ຍເມື່ອ ຂາດທຶນ"

ການຂາດທຶນຕໍ່ເນື່ອງຈະເຮັດໃຫ້ Portfolio ເຮົາພັງໄດ້  ເຮົາຕ້ອງປິດສະຖານະອອກມາ ແລ້ວ ຕັ້ງສະຕິໃຫ້ດີ ເບິ່ງໃຫ້ກວ້າງຂວາງຂຶ້ນ ຕ້ອງເຮັດຮູບພາບໃຫ້ຊັດເຈນຫຼາຍຂຶ້ນ ເບິ່ງແນວໂນ້ມໃນຂະນະນັ້ນວ່າຢູ່ໃນຊ່ວງໃດ



           ກໍາໄລສະສົມ (Retained Earnings: RE) ເປັນກໍາໄລທີ່ສະສົມມາ

ຂອງກິດຈະການນັບຕັ້ງແຕ່ກໍ່ຕັ້ງບໍລິສັດ ກໍາໄລນີ້ເປັນກໍາໄລສຸດທິຂອງກິດຈະການ 

ຫຼັງຈ່າຍເງິນປັນຜົນໃຫ້ກັບຜູ້ຖືຮຸ້ນແລ້ວ ສ່ວນທີ່ເຫຼືອຈະຖືກຍົກມາທີ່ກໍາໄລສະສົມ

ເພື່ອເກັບໄວ້ເປັນທຶນທີ່ໃຊ້ໃນການດໍາເນີນທຸລະກິດຕໍ່ໄປ  ໃນກໍລະນີ ບໍລິສັດຂາດ

ທຶນສະສົມໂດຍຕະຫຼອດເປັນຈໍານວນຫຼາຍ ອາດຈະເຮັດໃຫ້ຍອດຂອງລາຍການນີ້

ເປັນຍອດຂາດທຶນສະສົມໄດ້

ລາຍການທາງບັນຊີທີ່ເກີດຂຶ້ນໃນທຸລະກິດຕ່າງໆຕາມສະພາບຂອງກັນບັນທຶກ

ບັນຊີ ແມ່ນສາມາດແບ່ງໄດ້ 5 ປະເພດດັ່ງນີ້:

1.   ປະເພດ ຊັບສິນ

2. ປະເພດ ໜີ້ສິນ

3. ປະເພດ ທຶນ

4. ປະເພດ ລາຍໄດ້

5. ປະເພດ ຄ່າໃຊ້ຈ່າຍ



          ຄວາມຕໍ່ເນື່ອງເປັນສິ່ງທີ່ສໍາຄັນທີ່ສຸດ ແລະ ກໍ່ອັນຕະລາຍທີ່ສຸດ
          ຄໍາວ່າ ເປັນສິ່ງທີ່ສໍາຄັນທີ່ສຸດໝາຍເຖິງເມື່ອເຈົ້າເຂົ້າຖືກທາງໄປແລ້ວ ແລະ ໄດ້ຮັກສາຄວາມຕໍ່ເນື່ອງໄວ້ຕະຫຼອດ ມີວິໃນ ມັນຈະສ້າງຄວາມມັ່ງຄັ່ງໃຫ້ເຈົ້າໄດ້ຢ່າງຊັດເຈນ.
          ສ່ວນຄໍາວ່າ ເປັນສິ່ງທີ່ອັນຕະລາຍທີ່ສຸດ ກໍ່ກົງກັນຂ້າມກັບຂໍ້ເທິ່ງ ຄື ການເຂົ້າ ຜິດທາງ ເປັນສິ່ງທີ່ໂຫດຮ້າຍ ເມື່ອເຮົາເຂົ້າຜິດທາງຢ່າງຕໍ່ເນື່ອງຈະເຮັດໃຫ້ຂະໜາດ Portfolio  ຂອງເຮົາ ຫຼຸດລົງໄປເລື່ອຍໆ ຈົນກາຍເປັນຄວາມຄຽດຂອງເຮົາເອງ ທັ້ງໆທີ່ການເຂົ້າໄປເຮົາໃນແຕ່ລະຄັ້ງກໍ່ຄິດວ່າມັນຖືກແລ້ວ
          ໃນຫຼາຍຄົນບາງເທື່ອພະຍາຍາມທີ່ຈະເອົາຄືນຈາກກັບຕະຫຼາດໂດຍການເຂົ້າໃຫ້ຫຼາຍຂຶ້ນ ຫຼື ເຂົ້າໃຫ້ໜັກຂຶ້ນຫຼັງຈາກການຂາດທຶນ ເຊິ່ງເປັນແນວຄວາມຄິດທີ່ຜິດພາດທີ່ສຸດ “ຂໍເຕືອນຢ່າພະຍາຍາມເອົາຄືນຈາກຕະຫຼາດ”  ຖ້າຄິດວ່າຜິດກໍ່ປ່ຽນແນວຄິດໃຫມ່ ຕັ້ງສະຕິໃຫ້ດີ ເພາະເງິນມັນຄືຂອງເຮົາ.

          ວິທີແກ້ ຕ້ອງຫຼຸດຜ່ອນຂະໜາດການ Trade ລົງຢ່າງໄວວາ ຫຼື ຢຸດ Trade ໄປຊົ່ວຄາວເມື່ອເຮົາຮູ້ສຶກວ່າການເຂົ້າຂອງເຮົາບໍ່ດີແລ້ວ ລໍຖ້າຕາມແນວໂນ້ມໃຫຍ່ ຫຼື ແນວໂນ້ມຫຼັກ  ຫຼື ລໍຖ້າສັນຍານຈົນໃຫ້ແນວໂນ້ມມັນປະກົດຂຶ້ນຕາມສັນຍານຂອງ Indicators  ແລະຈຶ່ງລຸກຂຶ້ນສູ້ໃໝ່  ອາດຈະເຮັດໄດ້ຍາກ ແຕ່ຂ້ອຍເຊື່ອໝັ້ນວ່າ ຖ້າເຮົາເຝິກຝົນ ໄປຕະຫຼອດກໍ່ຈະເປັນນິໃສໄປເອງ.