ກໍາໄລສະສົມ
(Retained Earnings: RE) ເປັນກໍາໄລທີ່ສະສົມມາ
ຂອງກິດຈະການນັບຕັ້ງແຕ່ກໍ່ຕັ້ງບໍລິສັດ
ກໍາໄລນີ້ເປັນກໍາໄລສຸດທິຂອງກິດຈະການ
ຫຼັງຈ່າຍເງິນປັນຜົນໃຫ້ກັບຜູ້ຖືຮຸ້ນແລ້ວ
ສ່ວນທີ່ເຫຼືອຈະຖືກຍົກມາທີ່ກໍາໄລສະສົມ
ເພື່ອເກັບໄວ້ເປັນທຶນທີ່ໃຊ້ໃນການດໍາເນີນທຸລະກິດຕໍ່ໄປ ໃນກໍລະນີ
ບໍລິສັດຂາດ
ທຶນສະສົມໂດຍຕະຫຼອດເປັນຈໍານວນຫຼາຍ
ອາດຈະເຮັດໃຫ້ຍອດຂອງລາຍການນີ້
ເປັນຍອດຂາດທຶນສະສົມໄດ້
11:02 |
Category: |
ລາຍການທາງບັນຊີທີ່ເກີດຂຶ້ນໃນທຸລະກິດຕ່າງໆຕາມສະພາບຂອງກັນບັນທຶກ
ບັນຊີ
ແມ່ນສາມາດແບ່ງໄດ້ 5 ປະເພດດັ່ງນີ້:
1.
ປະເພດ ຊັບສິນ
2. ປະເພດ ໜີ້ສິນ
3. ປະເພດ ທຶນ
4. ປະເພດ ລາຍໄດ້
5. ປະເພດ ຄ່າໃຊ້ຈ່າຍ
12:27 |
Category: |
ຄວາມຕໍ່ເນື່ອງເປັນສິ່ງທີ່ສໍາຄັນທີ່ສຸດ ແລະ ກໍ່ອັນຕະລາຍທີ່ສຸດ
ຄໍາວ່າ
ເປັນສິ່ງທີ່ສໍາຄັນທີ່ສຸດໝາຍເຖິງເມື່ອເຈົ້າເຂົ້າຖືກທາງໄປແລ້ວ ແລະ
ໄດ້ຮັກສາຄວາມຕໍ່ເນື່ອງໄວ້ຕະຫຼອດ ມີວິໃນ ມັນຈະສ້າງຄວາມມັ່ງຄັ່ງໃຫ້ເຈົ້າໄດ້ຢ່າງຊັດເຈນ.
ສ່ວນຄໍາວ່າ ເປັນສິ່ງທີ່ອັນຕະລາຍທີ່ສຸດ ກໍ່ກົງກັນຂ້າມກັບຂໍ້ເທິ່ງ
ຄື ການເຂົ້າ ຜິດທາງ ເປັນສິ່ງທີ່ໂຫດຮ້າຍ ເມື່ອເຮົາເຂົ້າຜິດທາງຢ່າງຕໍ່ເນື່ອງຈະເຮັດໃຫ້ຂະໜາດ
Portfolio ຂອງເຮົາ ຫຼຸດລົງໄປເລື່ອຍໆ
ຈົນກາຍເປັນຄວາມຄຽດຂອງເຮົາເອງ
ທັ້ງໆທີ່ການເຂົ້າໄປເຮົາໃນແຕ່ລະຄັ້ງກໍ່ຄິດວ່າມັນຖືກແລ້ວ
ໃນຫຼາຍຄົນບາງເທື່ອພະຍາຍາມທີ່ຈະເອົາຄືນຈາກກັບຕະຫຼາດໂດຍການເຂົ້າໃຫ້ຫຼາຍຂຶ້ນ
ຫຼື ເຂົ້າໃຫ້ໜັກຂຶ້ນຫຼັງຈາກການຂາດທຶນ ເຊິ່ງເປັນແນວຄວາມຄິດທີ່ຜິດພາດທີ່ສຸດ “ຂໍເຕືອນຢ່າພະຍາຍາມເອົາຄືນຈາກຕະຫຼາດ”
ຖ້າຄິດວ່າຜິດກໍ່ປ່ຽນແນວຄິດໃຫມ່
ຕັ້ງສະຕິໃຫ້ດີ ເພາະເງິນມັນຄືຂອງເຮົາ.
ວິທີແກ້ ຕ້ອງຫຼຸດຜ່ອນຂະໜາດການ Trade ລົງຢ່າງໄວວາ ຫຼື ຢຸດ Trade ໄປຊົ່ວຄາວເມື່ອເຮົາຮູ້ສຶກວ່າການເຂົ້າຂອງເຮົາບໍ່ດີແລ້ວ
ລໍຖ້າຕາມແນວໂນ້ມໃຫຍ່ ຫຼື ແນວໂນ້ມຫຼັກ ຫຼື
ລໍຖ້າສັນຍານຈົນໃຫ້ແນວໂນ້ມມັນປະກົດຂຶ້ນຕາມສັນຍານຂອງ Indicators ແລະຈຶ່ງລຸກຂຶ້ນສູ້ໃໝ່ ອາດຈະເຮັດໄດ້ຍາກ ແຕ່ຂ້ອຍເຊື່ອໝັ້ນວ່າ ຖ້າເຮົາເຝິກຝົນ
ໄປຕະຫຼອດກໍ່ຈະເປັນນິໃສໄປເອງ.
09:27 |
Category: |
ການຂາດທຶນຂອງການລົງທຶນ
ສະບາຍດີໝູ່ເພື່ອນທຸກໆຄົນ
ມື້ນີ້ຂ້ອຍຈະຂຽນກ່ຽວກັບການຂາດທຶນຂອງ ການລົງທຶນ
ການລົງທຶນໃນທຸລະກິດ
ການລົງທຶນໃນຮຸ້ນ ຫຼື ການລົງທຶນໃນສິນຄ້າທາງການເງິນປະເພດຕ່າງໆ
ລ້ວນແລ້ວມີຄວາມສ່ຽງທີ່ຈະບໍ່ໄດ້ເງິນກັບຄືນມາເຕັມຈໍານວນ.
ຂຶ້ນກັບໝູ່ເພື່ອນທຸກໆຄົນ ຈະຕ້ອງໄດ້ລົງທຶນໃນຂັ້ນທໍາອິດເສຍກ່ອນ ກໍ່ຄື
ການລົງທຶນກັບການສຶກສາ ສຶກສາໃນເລື່ອງນັ້ນໆຢ່າງທ່ອງແທ້ ແລະ ສຶກສາຢ່າງແທ້ຈິງ
ໃຫ້ມີຄວາມຮູ້ເສຍກ່ອນຈຶງຄ່ອຍໆລົງທຶນ
ເພາະຫົນທາງຂອງເສັ້ນທາງລົງທຶນໃນສິນຄ້າປະເພດການເງິນມັນອັນຕະລາຍ
ບາງສິນຄ້າແມ່ນໂຫດຮ້າຍຫຼາຍ
ການສຶກສາຈະຊ່ອຍຫຼຸດຜ່ອນຄວາມສ່ຽງລົງໄດ້ພຽງບາງສ່ວນເທົ່ານັ້ນ
ທີ່ເຫຼືອກໍ່ຕ້ອງມີປະສົບການລ້ວນໆ ໃຜເຂົ້າມາຕະຫຼາດກ່ອນກໍ່ຈະມີປະສົບການກ່ອນ
ປະສົບການສອນໃຫ້ຮຽນຮູ້ໃນສິນຄ້າປະເພດນັ້ນໆ
ສອນໃຫ້ຮູ້ເລື່ອງຄວາມເຈັບປວດໃນການທີ່ຈະຕ້ອງເສຍເງິນໄປ, ສອນໃຫ້ຮູ້ກ່ຽວກັບພຶດຕິກໍາຂອງສິນຄ້ານັ້ນ, ສອນໃຫ້ຮູ້ວ່າມີຄົນເສຍເງິນກໍ່ຕ້ອງມີຄົນໄດ້ເງິນ, ສອນໃຫ້ຮູ້ວ່າກໍາລັງແຮງຂອງການຂຶ້ນລົງຂອງລາຄາໃນສິນຄ້າຕົວນັ້ນ, ສອນໃຫ້ຮູ້ວ່າມີບາງສິນຄ້າກໍ່ຕ້ອງເບິ່ງມູນຄ່າຂອງບໍລິສັດ ແລະ
ອື່ນໆ ອີກຢ່າງຫຼວງຫຼາຍ.
ຖ້າເປັນ Trader ລະດັບແນວໜ້າທຸກຄົນເຂົ້າໃຈວ່າການຂາດທຶນນັ້ນເປັນສ່ວນໜຶ່ງຂອງເກມ
,
ພວກເຂົາທຸກຄົນລ້ວນຮັກໃນສິ່ງທີ່ພວກເຂົາເຮັດສະເໝີ, ອົດທົນລໍຖ້າທີ່ຈະຄອຍໃຫ້ໂອກາດ ຈັງວະ ໃນການ Trade ທີ່ຖືກຕ້ອງ ເປັນປັດໄຈສໍາຄັນຂອງພວກເຂົາ, ຄວບຄຸມຄວາມສ່ຽງຢ່າງເຄັ່ງຄັດເປັນໜຶ່ງໃນປັດໄຈຂອງກົດລະຍຸດທີ່ດີ, ພວກເຂົາເຊື່ອໝັ້ນໃນສິ່ງທີ່ເຮັດ ແລະ
ໄດ້ວາງກົນລະຍຸດໄວ້ແລ້ວຢ່າງເຕັມໃຈ ຜົນລັບທີ່ອອກມາສ່ວນໃຫຍ່ ພວກເຂົາຍອມຮັບມັນ. ໂດຍມີຄໍາກ່າວໄວ້ວ່າ "ບໍ່ມີຈອກສັນສິດສໍາລັບການປະສົບຜົນສໍາເລັດໃນການ Trade"
22:27 |
Category: |
Forex Market ຕະຫຼາດອັດຕາແລກປ່ຽນລະຫວ່າງທະນາຄານ
ເປັນຕະຫຼາດທີ່ເປີດ
24 ຊົ່ວໂມງເຊິ່ງຈະເຄື່ອນທີ່ໄປຕາມແສງຕາເວັນໄປທົ່ວໂລກ
ໂດຍຈະເຄື່ອນທີ່ຈາກສູນກາງທະນາຄານໃນ ສະຫະລັດອາເມລິກາ ໄປຫາ ອົດສະຕາລີ, ຕະເວັນອອກກາງ ເອີຮົບ ແລະວົນມາກັບຄືນມາ
ສະຫະລັດອາເມລິກາຄືເກົ່າ ຕະຫຼາດນີ້ມີໄວ້ເພື່ອຕອບສະໜອງກັບບໍລິສັດຕ່າງໆທີ່ປະກັນຄວາມສ່ຽງຈາກອັດຕາແລກປ່ຽນເງິນທົ່ວໂລກ
ທີ່ມີການປ່ຽນແປງຢ່າງໄວວາ ສ່ວນໃຫຍ່ຈະມີນັກເກັງກໍາໄລເຂົ້າມາໃນສະໜາມແຫ່ງນີ້ຫຼາຍ
ເພື່ອພະຍາຍາມສະແວງຫາກໍາໄລຈາກການຂຶ້ນ ຫຼື ລົງຂອງລາຄາ ຈາກການຄາດການຂອງອັດຕາແລກປ່ຽນ
10:22 |
Category: |
ການ Trade ເປັນໜຶ່ງໃນຂອບເຂດສຸດທ້າຍແຫ່ງໂອກາດທີ່ໃຫຍ່ທີ່ສຸດໃນລະບົບເສດຖະກິດຂອງເຮົາ
ມັນຄືທາງເລືອກໜຶ່ງຫົນທາງ
ເຊິ່ງຄົນໆໜຶ່ງເລີ່ມຕົ້ນດ້ວຍຈໍານວນເງິນທີ່ມີເງິນຈໍານວນໜ້ອຍຈະສາມາດກາຍເປັນເສດຖີເງິນຫຼາຍລ້ານໄດ້ແທ້
ໂດຍແນ່ນອນວ່າມີຄົນພຽງຈໍານວນໜ້ອຍເທົ່ານັ້ນ ທີ່ສາມາດຢູ່ຫຼອດໄດ້ໃນວົງການນີ້
ແຕ່ຢ່າງໜ້ອຍໆກໍ່ມີໂອກາດຢູ່ ຮຽນຮູ້ ແລ້ວລົງມືປະຕິບັດ.
10:10 |
Category: |
VI and TA
ສະບາຍດີ
ວັນອາທິດ ສໍາລັບມື້ພັກຜ່ອນຂອງທຸກໆຄົນ
ເລື່ອງຂອງການລົງທຶນໃນຮຸ້ນ
ບໍ່ວ່າຈະເປັນການລົງທຶນໃນແບບ ເບິ່ງຂໍ້ມູນ ຫຼື ການວິເຄາະຂໍ້ມູນ
ຂອງບໍລິສັດຢ່າງລະອຽດທີ່ເອີ້ນວ່າ Value Investing ແລະ ວິເຄາະແບບແບບເຕັກນິກ Technical Analysis ນັ້ນ ເຊິ່ງມີຄວາມແຕກຕ່າງກັນຢ່າງສິ້ນເຊິງ
ແລ້ວແຕ່ຄົນຈະຄິດໃຊ້ກັນ
ການລົງທຶນແບບ VI ເປັນການເບິ່ງມູນຄ່າຂອງກິດຈະການແບບແທ້ຈິງ
ເບິ່ງກໍາໄລ, ຍອດຂາຍ, ແລະ ອື່ນໆ
ເພື່ອເປັນຂໍ້ມູນໃນການຕັດສິນໃຈເຂົ້າຊື້ຮຸ້ນບໍລິສັດນັ້ນ
ການລົງທຶນແບບ TA ເປັນການເບິ່ງການຂຶ້ນລົງລາຄາ
ໂດຍການຄໍານວນໃນຮູບແບບຕ່າງ ຈະມີເຄື່ອງມືໃນການຄໍານວນ ເຊັ່ນ ການໃຊ້ Indicator ຕ່າງໆ ມາຕັດສິນໃຈ
ບໍ່ວ່າຈະເປັນ Moving Everage, Relative Strength Index: RSI , Volume ແລະ
ເຄື່ອງມືອື່ນອີກຫຼາຍເຄື່ອງມື. ເພື່ອເປັນການຕັດສິນໃຈ
09:58 |
Category: |
ສະຫຼຸບບໍລິສັດຈົດທະບຽນທີ່ຢູ່ໃນຕະຫຼາດຫຼັກຊັບລາວຕ້ອງເປີດເຜີຍຂໍ້ມູນດັ່ງນີ້:
1.
ເປີດເຜີຍຂໍ້ມູນປະຈໍາປີ
ພາຍໃນ 120 ວັນ, ພາຍຫຼັງສິນສຸດປີການບັນຊີ
-
ບົດສະຫຼຸບການເຄື່ອນໄຫວທຸລະກິດປະຈໍາປີ
-
ເອກະສານລາຍງານການເງິນທີ່ໄດ້ກວດສອບ ຈາກຜູ້ກວດສອບ
2.
ເປີດເຜີຍຂໍ້ມູນປະຈໍາ 6
ເດືອນຕົ້ນປີ ພາຍໃນ 60 ວັນ, ນັບແຕ່ມື້ ສິ້ນສຸດໄຕມາດ 2
- ບົດສະຫຼຸບການເຄື່ອນໄຫວທຸລະກິດປະຈໍາ
6 ເດືອນຕົ້ນປີ
- ເອກະສານລາຍງານການເງິນທີ່ໄດ້ຮັບການທົບທວນ
ຈາກຜູ້ກວດສອບ
3.
ເປີດເຜີຍຂໍ້ມູນປະຈໍາໄຕມາດ
1 ແລະ ໄຕມາດ 3 ພາຍໃນ 45 ວັນ ນັບແຕ່ມື້ສິ້ນສຸດໄຕມາດ 1 ແລະ ໄຕມາດ 3
- ບົດສະຫຼຸບການເຄື່ອນໄຫວທຸລະກິດປະຈໍາໄຕມາດ ເອກະສານລາຍງານການເງິນທີ່ໄດ້ຮັບຮອງຈາກຝ່າຍບັນຊີ, ຝ່າຍກວດກາພາຍໃນ ແລະ
ຜູ້ອໍານວຍ ການ ບໍລິສັດ
16:46 |
Category: |
ສະບາຍດີເພື່ອນໆ ມາຮຽນຮູ້ຈັກ
ວຽກໃນວົງການ Investment Banking ກັນ ເອີ້ນສັ້ນໆວ່າ “ວຽກ IB” ເຊິ່ງກໍ່ແມ່ນໂຕຫຍໍ້ນັ້ນລະ.
ວຽກ IB ຄົນທີ່ເຮັດວຽກທາງດ້ານນີ້ກໍ່ຄື:
ເວົ້າແບບທໍາມະດາກໍ່ຈະແມ່ນ ທີ່ປຶກສາທາງການເງິນ (Financial Advisor: FA) ເຊິ່ງເຮັດໜ້າທີ່ໃຫ້ຄໍາປຶກສາທາງດ້ານການເງິນແກ່
ທຸລະກິດໃນດ້ານຕ່າງໆ ດັ່ງນີ້:
ການລະດົມທຶນອອກຮຸ້ນສາມັນເພື່ອຈໍາໜ່າຍໃຫ້ແກ່ມວນຊົນຄັ້ງທໍາອິດ
(Initial Public offering: IPO) ເຊິ່ງເປັນການນໍາເອົາຮຸ້ນຂອງບໍລິສັດອອກມາຈໍາໜ່າຍໃຫ້ແກ່ຜູ້ລົງທຶນ
ໂດຍຜ່ານສໍານັກງານ ຄຄຊ ເຊິ່ງເອີ້ນວ່າ ຕະຫຼາດຂັ້ນ 1
ເມື່ອຜ່ານການອະນຸມັດຈາດສໍານັກງານຄຄຊ ກໍ່ຈະສະເໜີຂາຍໃຫ້ແກ່ມວນຊົນ
ໂດຍແມ່ນໜ້າທີ່ຂອງຜູ້ຮັບປະກັນການຈັດຈໍາໜ່າຍຫຼັກຊັບ (Underwriter) ເມື່ອຂາຍໝົດແລ້ວ
ກໍ່ຈະນໍາຮຸ້ນເຂົ້າໄປຈົດທະບຽນໃນຕະຫຼາດຫຼັກຊັບ ເຊິ່ງເອີ້ນວ່າ ຕະຫຼາດຂັ້ນ 2. ໃນຕະຫຼາດຂັ້ນ
2 ນີ້ ເຮັດໃຫ້ຜູ້ລົງທຶນທີ່ມີຮຸ້ນ ຫຼື ບໍ່ມີ ສາມາດມາຊື້-ຂາຍກັນໄດ້
ໂດຍຜ່ານການເປີດບັນຊີຫຼັກຊັບ
Public offering ຄືການອອກຈໍາໜ່າຍຮຸ້ນເພີ່ມທຶນ
Private Placement ຄື:
ການອອກຈໍາໜ່າຍຮຸ້ນແບບສະເພາະເຈາະຈົງ
ການຄວບລວມກິດຈະການ
(Mergers and Acquisitions: M&A)
ເຊິ່ງມີໜ້າທີ່ເປັນໂຕກາງໃນການເຮັດ Due diligence ຄື: ການເຂົ້າໄປກວດສອບສະຖານະທາງການເງິນ ແລະ
ທຸລະກິດຂອງບໍລິສັດ, FA ຊ່ວຍຈັດໂຄງສ້າງຜູ້ຖືຮຸ້ນ, ເຮັດ Valuation
ຂອງກິດຈະການທີ່ຈະຊື້ຂາຍກັນ ແລະ ແນະນໍາຄວນຊື້-ຂາຍທີ່ລາຄາເທົ່າໃດ
ຊ່ວຍໃນການເຈລະຈາຕໍ່ລອງລາຄາຕ່າງໆ ລວມເຖິງການເປັນຕົວກາງໃນການປະສານງານຮ່ວມກັບ Lawyer,
auditor ຜູ້ປະເມີນຊັບສິນ ແລະ ພາກລັດ ຫຼື ໜ່ວຍຄຸ້ມຄອງ ແລະ
ຕະຫຼາດຫຼັກຊັບ
ການປັບໂຄງສ້າງໜີ້
Debt Restructuring
ການໃຫ້ຄວາມເຫັນອິດສະຫຼະກັບຜູ້ຖືຮຸ້ນທົ່ວໄປ
Independent Financial Advisor
ທີ່ປຶກສາທາງການເງິນສໍາລັບຈັດຫາຜູ້ຮ່ວມທຶນ
Joint Venture with Financial partner or Strategic
Partner
ເຮັດໜ້າໃຫ້ຄໍາປຶກສາທາງດ້ານອື່ນໆ
ເຊັ່ນ ສຶກສາຄວາມເປັນໄດ້ຂອງໂຄງການ Project Feasibility study
22:51 |
Category: |