..

          ຄວາມຕໍ່ເນື່ອງເປັນສິ່ງທີ່ສໍາຄັນທີ່ສຸດ ແລະ ກໍ່ອັນຕະລາຍທີ່ສຸດ
          ຄໍາວ່າ ເປັນສິ່ງທີ່ສໍາຄັນທີ່ສຸດໝາຍເຖິງເມື່ອເຈົ້າເຂົ້າຖືກທາງໄປແລ້ວ ແລະ ໄດ້ຮັກສາຄວາມຕໍ່ເນື່ອງໄວ້ຕະຫຼອດ ມີວິໃນ ມັນຈະສ້າງຄວາມມັ່ງຄັ່ງໃຫ້ເຈົ້າໄດ້ຢ່າງຊັດເຈນ.
          ສ່ວນຄໍາວ່າ ເປັນສິ່ງທີ່ອັນຕະລາຍທີ່ສຸດ ກໍ່ກົງກັນຂ້າມກັບຂໍ້ເທິ່ງ ຄື ການເຂົ້າ ຜິດທາງ ເປັນສິ່ງທີ່ໂຫດຮ້າຍ ເມື່ອເຮົາເຂົ້າຜິດທາງຢ່າງຕໍ່ເນື່ອງຈະເຮັດໃຫ້ຂະໜາດ Portfolio  ຂອງເຮົາ ຫຼຸດລົງໄປເລື່ອຍໆ ຈົນກາຍເປັນຄວາມຄຽດຂອງເຮົາເອງ ທັ້ງໆທີ່ການເຂົ້າໄປເຮົາໃນແຕ່ລະຄັ້ງກໍ່ຄິດວ່າມັນຖືກແລ້ວ
          ໃນຫຼາຍຄົນບາງເທື່ອພະຍາຍາມທີ່ຈະເອົາຄືນຈາກກັບຕະຫຼາດໂດຍການເຂົ້າໃຫ້ຫຼາຍຂຶ້ນ ຫຼື ເຂົ້າໃຫ້ໜັກຂຶ້ນຫຼັງຈາກການຂາດທຶນ ເຊິ່ງເປັນແນວຄວາມຄິດທີ່ຜິດພາດທີ່ສຸດ “ຂໍເຕືອນຢ່າພະຍາຍາມເອົາຄືນຈາກຕະຫຼາດ”  ຖ້າຄິດວ່າຜິດກໍ່ປ່ຽນແນວຄິດໃຫມ່ ຕັ້ງສະຕິໃຫ້ດີ ເພາະເງິນມັນຄືຂອງເຮົາ.

          ວິທີແກ້ ຕ້ອງຫຼຸດຜ່ອນຂະໜາດການ Trade ລົງຢ່າງໄວວາ ຫຼື ຢຸດ Trade ໄປຊົ່ວຄາວເມື່ອເຮົາຮູ້ສຶກວ່າການເຂົ້າຂອງເຮົາບໍ່ດີແລ້ວ ລໍຖ້າຕາມແນວໂນ້ມໃຫຍ່ ຫຼື ແນວໂນ້ມຫຼັກ  ຫຼື ລໍຖ້າສັນຍານຈົນໃຫ້ແນວໂນ້ມມັນປະກົດຂຶ້ນຕາມສັນຍານຂອງ Indicators  ແລະຈຶ່ງລຸກຂຶ້ນສູ້ໃໝ່  ອາດຈະເຮັດໄດ້ຍາກ ແຕ່ຂ້ອຍເຊື່ອໝັ້ນວ່າ ຖ້າເຮົາເຝິກຝົນ ໄປຕະຫຼອດກໍ່ຈະເປັນນິໃສໄປເອງ.

Comments (0)